au8ust's profileau8ust's space channelPhotosBlogListsMore Tools Help

Blog


    April 24

    ເບີໂທລະສັບ

    ຈະເລົ່າເລື່ອງໃຫ້ຟັງ ແຕ່ກ່ອນມີເບີແທງໂກ້ (a.k.a Tigo) ຢູ່ເບີໜຶ່ງ ຄື 777x900 ຕອນນັ້ນຊື້ມາໃຊ້ເອງ ແຕ່ວ່າ ຫລັງຈາກນັ້ນມີເບີອື່ນໃຊ້ ກໍ່ເລີຍໃຊ້ເບີອື່ນ ແລ້ວມີໝູ່ຄົນໜຶ່ງຂໍຢືມໄປໃຊ້ ກໍ່ເລີຍວ່າໃຫ້ໄປ ເພາະວ່າສະນິດກັນ ແລ້ວກໍ່ ບໍ່ໄດ້ໃຊ້ແດ່ລະ

    ດົນເຕີບ ເກີດຢາກເອົາກັບມາໃຊ້ໃຫມ່ ເລີຍໂທໄປຫາໝູ່ແຕ່ບໍ່ຕິດ ເລີຍໂທໄປເບີ 777x900 ໂທໄປຫລາຍເທື່ອບໍ່ມີຄົນຮັບສາຍ ກໍ່ເຂົ້າໃຈວ່າຄົງເສຍແລ້ວ ເລີຍເຮັດເລື່ອງໄປຂໍ SIM ໃຫມ່ ແຕ່ວ່າ ມື້ສຸດທ້າຍ ກ່ອນທີ່ຈະໄປສູນເພື່ອຂໍເບີໃຫມ່ຫັ້ນ ກາຍເປັນວ່າ ໂທຕິດ!!! ກໍ່ເລີຍບໍ່ໄປເອົາ

    ຕໍ່ມາຕິດຕໍ່ໝູ່ຄົນທີ່ຢືມໄປໄດ້ ເລີຍຖາມເພິ່ນ ໆ ກໍ່ເລົ່າໃຫ້ຟັງວ່າ ເອົາໃຫ້ຄົນອື່ນຢືມໄປໃຊ້ ເລີຍບອກວ່າ ຊິເອົາມາໃຊ້ຄືນແລ້ວໃດ໋ ໝູ່ກໍ່ບອກວ່າ ບໍ່ຍາກ ດຽວຊິໄປເຮັດໃຫມ່ໃຫ້ (ເພາະວ່າທຳອິດໝູ່ເອົາມາແລ້ວເຮັດເສຍ ເລີຍວ່າເຄີຍໄປຂໍເທື່ອໜຶ່ງແລ້ວ ກໍ່ເລີຍໄປເອົາງ່າຍ ມີ) ກໍ່ຕອບວ່າໂອເຄ

    ຜ່ານໄປປະມານ 1 ເດືອນ ຈຶ່ງໄດ້ເບີກັບມາ ແຕ່ວ່າ ໃຊ້ໄດ້ປະມານ 2 ມື້ ກໍ່ມີຄົນໂທມາຖາມວ່າ ອັນນີ້ຢູ່ໃສ? ຟັງສຽງຄິດອອກວ່າ ແມ່ນຄົນທີ່ຢືມເບີນຳໝູ່ເຮົາໄປ ເລີຍບໍ່ເວົ້າຫຍັງຫລາຍ ບອກແຕ່ວ່າ ໂທຜິດແລ້ວ ໆ ກໍ່ວາງສາຍ

    ອືມ... ເບີຂອງເຮົາ ເຮົາຊິເອົາຄືນ ກໍ່ບໍ່ໜ້າຈະແປກຫຍັງ ແມ່ນບໍ່?
    February 23

    ຊີວິດ ແລະເມືອງມໍລະດົກ

    ມື້ນີ້ພວກມໍລະດົກມາເກັບປ້າຍຕາງໆ ຕາມທາງ ພວກປ້າຍທີ່ຍື່ນອອກມາເກີນຂອບເຂດທີ່ ທາງມໍລະດົກເຂົາກຳຫນົດໄວ້ ກໍ່ຈະຖືກຫາມຂຶ້ນລົດໄປ ໂດຍທາງເຈົ້າຫນ້າທີ່ ໆ ກ່ຽວຂ້ອງ ຈະເອົາລົດມາພ້ອມ ແລ້ວກໍ່ມີຄົນມາຖ່າຍຮູບແຊ່ະໆ ໄວ້ເປັນຫລັກຖານ

    ເຂົ້າໃຈວ່າ ຊ່ວງຫລັງນີ້ຄົງຈະເລີ່ມມາຈັດສັນບ້ານເມືອງອີກຄັ້ງຫນຶ່ງ ແລະອາດຈະໄປກ່ຽວຂ້ອງກັບງານກິລາທີ່ຈະຈັດຂຶ້ນ ໃນຊ່ວງເດືອນຫນ້ານີ້ນຳ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເຂົາເຮັດແບບນີ້ມັນແປກໆ ການທີ່ເຈົ້າຫນ້າທີ່ຈາກ ມໍລະດົກ ມາບອກໃຫ້ຍ້າຍປ້າຍ ຫລືປ່ຽນປ້າຍ (ລືມເລົ່າໄປວ່າ ຢູ່ຫລວງພະບາງ ປ້າຍຮ້ານຕ້ອງມີຊື່ພາສາລາວຂຶ້ນກ່ອນ ແລ້ວຈຶ່ງຕາມດ້ວຍພາສາອື່ນ) ແຕ່ລະຄັ້ງນັ້ນ ຈັ່ງແມ່ນວ່າ ບໍ່ເປັນທາງການຈັກຫນ້ອຍເລີຍ ມີແຕ່ໃຫ້ຄົນມາເວົ້າໆໆໆໆ​ບາງກໍ່ມີທຳທ່າລັກສະນະຂູ່ເຂັນຊ້ຳ ແທນທີ່ຊິເຮັດຫນັງສືມາດິບດີ ຫລືອາດມີການປະຊຸມຊີ້ແຈງ ແລະວາງລະບຽບທີ່ຊັດເຈນໃຫ້ທຸກຝ່າຍເຂົ້າໃຈ ແຕ່ກໍ່ບໍ່ເຮັດ

    ຫລວງພະບາງກໍ່ເປັນແຕ່ແບບນີ້ແຫລ່ະ ຈຶ່ງບອກວ່າ ໂດຍສ່ວນຕົວແລ້ວ ບໍ່ຢາກເປີດຮ້ານພວກນີ້ ເຖິງລາຍໄດ້ຈະດີ ລາຍຮັບຈະດີ ແລະບາງຄັ້ງ ລາຍເຫລືອຈະດີ ແຕ່ວ່າ… ເງິນບໍ່ແມ່ນທຸກຢ່າງຂອງຊີວິດ!! ຫາກຊິໃຫ້ໃຊ້ຊີວິດແບບນີ້ ສູ້ໄປເປີດຮ້ານນ້ອຍໆ ເຮັດໃນສິ່ງທີ່ເຮົາຖະນັດ ແລະຮັກດີກວ່າ ຈະໄດ້ມີເວລານັ່ງຟັງທັມມະ ມີເວລານັ່ງສະມາທິ ແລະໄດ້ຊ່ວຍເຫລືອຜູ້ຄົນອື່ນ ຂໍພຽງແຕ່ມີຊີວິດແບບຮຽບງ່າຍ ພໍຢູ່ພໍກິນ ດີກວ່າຈະມີເງີນຫລາຍໆ ແຕ່ວ່າຕ້ອງຄອຍຫ່ວງວ່າເງິນທີ່ເຮົາຫາມາໄດ້ນີ້ຈະເສັຍໄປ ຫ່ວງວ່າເງິນນີ້ຈະມີອັນຕ້ອງຈິບຫາຍ ມີໂຈນມາເອົາໄປ ມີຍາດມິດທີ່ຊັງເຮົາມາເອົາໄປ ແບບຫລັງນີ້ ບໍ່ມີດີກວ່າ 

    February 13

    ບ້ານນອກອາເມລິກາອາຍຸ 30!!!

    ມື້ນີ້ໂທໄປຫາຫມູ່ທີ່ຮຽນຢູ່ວຽງ ຮຽນ Lao-Singapore Computer Genetic School (LSCGS) ລົມມັນ ມັນເວົ້າໃຫ້ຟັງວ່າ ໄປເຈີະກັບຄົນພາກເຊົ້າ ແລ້ວກໍ່ເປີດ au8ust.org ໃຫ້ເຂົາເບິ່ງ ບາດນີ້ມີອີຕາຫນຶ່ງ ເຫັນແລ້ວບອກວ່າ ເຄີຍເຂົ້າໄປເບິ່ງຄືກັນ ເວັບ au8ust.org ແຕ່ບໍ່ຮູ້ໃຜເປັນຄົນເຮັດ ສົງໄສຊິແມ່ນບ້ານນອກອາເມລິການ ອາຍຸຄົງຈະປະມານ 30 !!!!!

    OMG!!! ຄິດໄດ້ແນວໃດວະ 5555+++ ໂອຍຕາຫລົກຫລາຍ ຕາຫລົກຫລາຍ

    ຊ່ວງນີ້ສົງໄສເປັນຂາລົງ ເວັບໃດກໍ່ທຳທ່າຊິໄປບໍ່ລອດ ຫລ້າສຸດ LaoSymbian.com ເຈັ໊ງໄປແລ້ວ Forum ລົ່ມ ໄດ້ເຮັດໃຫມ່ ສົງໄສຊິໄປບໍ່ຮອດໃສແທ້ໆ ສ່ວນ LaoSabai.com ເວັບເປີດໃຫມ່ ຍັງບໍ່ທັນແລ້ວເທື່ອກໍ່ໂປຣໂມດແລ້ວ ສົງໄສຊິໄປບໍ່ລອດຮອດໃສອີກຄືກັນ...

    ການເຮັດເວັບໄຊທ໌ບໍ່ແມ່ນຊິເຮັດໆ ຖິ້ມໆ ເວລາເຮັດມັນຕ້ອງໃຊ້ເວລາກັບມັນ ຕ້ອງຢູ່ກັບມັນ ໃຫ້ເປັນຄືກັບວ່າ ມັນເປັນສ່ວນຫນຶ່ງຂອງຊີວິດເຮົາ ເທຄວາມຮູ້ຄວາມສາມາດໃຫ້ກັບມັນ ໃສ່ໃຈກັບມັນ ແບບເວລາເຮົາປູກຕົ້ນໄມ້ຫັ້ນແຫລ່ະ ຕ້ອງໃສ່ອົກໃສ່ໃຈ ຖ້າເຫັນວ່ານ້ຳແຫ້ງ ມັນບໍ່ໄດ້ກິນນ້ຳ ກໍ່ຫົດນ້ຳໃຫ້ມັນ ຄ່ອຍໆ ເບິ່ງມັນເຕີບໂຕຂຶ້ນ ຕໍ່ຫນ້າໄປມັນກໍ່ຈະເປັນຮົ່ມເງົາໃຫ້ຄົນທັງຫລາຍໄດ້ພັກເຊົາ ... ເຊິ່ງຕ້ອງໃຊ້ເວລາຫລາຍປີແນ່ນອນ ^_^

    Blognone ເປັນບລັອກ​ IT ທີ່ມີຊື່ສຽງຂອງເມືອງໄທ ສະໄຫມເຂົາເຮັດໃຫມ່ໆ​ ເຂົາມີກັນສອງຄົນ ມີທ່ານ MK ກັບທ່ານ Lew ສອງຄົນເພິ່ນກໍ່ຊ່ວຍກັນຂຽນ ຂຽນເອງ ອ່ານເອງ ເພາະຍັງບໍ່ດັງເທື່ອ ຕອນນັ້ນມື້ຫນຶ່ງຄົນເຂົ້າຫນ້ອຍດຽວ ນັບຄົນໄດ້ເລີຍ ແຕ່... 3 ປີຜ່ານໄປ... ຕອນນີ້ ມື້ຫນຶ່ງມີຄົນເຂົ້າ 3000 ຄົນ ຕໍ່ມື້!!!! ເພາະຫຍັງ?! ເພາະວ່າເຂົາຕັ້ງໃຈເຮັດ ບໍ່ທໍ້ຕໍ່ອຸປະສັກທີ່ຂວາງທາງ ຮຽນຮູ້ທີ່ຈະສູ້ກັບອຸປະສັກ ຮຽນຮູ້ທີ່ຈະຢືນໃນໂລກ Cyber ແຫ່ງນີ້

    ຫາກໃຜຊິເຮັດເວັບໄຊທ໌ ຫລືບລັອກກໍ່ດີ ຂໍແນະນຳວ່າ ໃຫ້ໃຈເຍັນໆ ຄ່ອຍໆ ເປັນ ຄ່ອຍໆ ໄປ ມື້ຫນຶ່ງກໍ່ຈະດັງເອງ ^_^
    January 23

    ຄວາມມະຫັດສະຈັນຂອງ Google PageRank

    ເລື່ອງມັນມີຢູ່ວ່າ ບລັອກ au8ust.org ຈົດທະບຽນມາສາມເດືອນແລ້ວ ອັບເດທເກືອບຈະຕະຫລອດເລີຍ ແຕ່ປະກົດວ່າ... ຈົນບັດນີ້ PageRank ຍັງມີແຕ່ 0 ຢູ່ Y_Y

    ແຕ່ອີກບລັອກຫນຶ່ງ ຕັ້ງໃຈຈະລອງ MFA ເບິ່ງ ເລີຍຈົດຫລິ້ນໆ ຫມູ່ຊ່ວຍຕັ້ງຊື່ໃຫ້ ໄດ້ຊື່ວ່າ BlogTheTech.com ອັນນີ້ ບໍ່ຄ່ອຍໄດ້ອັບເດທຂໍ້ມູນເລີຍ ຕັ້ງແຕ່ຈົດມານີ້ໄດ້ເກືອບເດືອນ ອັບເດທແຕ່ສອງເທື່ອ ແຕ່ປະກົດວ່າ...!!!! ໄດ້ PageRank 2!!!! ໂອ.. ພະເຈົ້າ... ຮູ້ສຶກວ່າ ມັນຫນ້າຈະກິນນຳຊື່ Domain ເພາະມີຄຳເດັດຢູ່ສອງຄຳ ຄື Blog ກັບ Tech ສອງຄຳນີ້ສຳຄັນຫລາຍ ເປັນຕົວຊ່ວຍເພີ່ມ PageRank ຫລືທີ່ເອີ້ນກັນຫຍໍ້ໆວ່າ PR ໄດ້ເປັນຢ່າງດີ

    ເອ້ະ!? ແລ້ວ PageRank ຫລື PR ມັນເອົາໄວ້ເຮັດຫຍັງ? ຕອບວ່າມັນເປັນຕົວບົ່ງບອກເຖິງອັນດັບຂອງເວັບເຮົາ ຄະແນນເຕັມຄື 10 ຖ້າເວັບ ຫລືບລັອກຂອງເຮົາຍິ່ງມີຄ່າ PR ສູງເທົ່າໃດ ກໍ່ມີໂອກາດຈະໄປຢູ່ຫນ້າທຳອິດຂອງຜົນການຄົ້ນຫາຈາກ Google.com ໄດ້ຫລາຍເທົ່ານັ້ນ ເຊິ່ງມັນສຳຄັນຫລາຍ ເພາະຈະເປັນການຊ່ວຍໃຫ້ມີຄົນຮູ້ຈັກເຮົາຫລາຍຂຶ້ນຜ່ານການໃຊ້ພວກ Search Engine ຕ່າງໆນັ້ນເອງ

    ແລ້ວເຮັດແນວໃດຊິເພີ່ມ PageRank ໄດ້ລ່ະ?? ອືມ... ຕ້ອງຕິດຕາມຕອນຕໍ່ໄປ...
    January 10

    ຂໍບອກ

    ສະບາຍທ່ານແຂກຜູ້ມີກຽດທຸກໆ ທ່ານ ອັນເນື່ອງມາຈາກວ່າຂ້າພະເຈົ້າຂຽນບລັອກຢູ່ www.au8ust.org ແລ້ວ ຊິໃຫ້ມາອັບເດທສອງບ່ອນມັນຄືຊິຍາກ ກໍ່ເຫດນັ້ນແລ ຈຶ່ງຢາກຈະເຊີນຊວນທ່ານທັງຫລາຍ ໄປອ່ານບລັອກຂອງຂ້າພະເຈົ້າຢຸ່ທີ່ www.au8ust.org ຈະດີກວ່າ ສະບາຍທັງຄົນອ່ານ ສະບາຍທັງຄົນຂຽນ ເພາະວ່າຫຍັງ ເພາະວ່າຄົນອ່ານກໍ່ອ່ານບ່ອນດຽວ ຄົນຂຽນກໍ່ຂຽນບ່ອນດຽວ ທາງດຽວກັນ ໄປນຳກັນ ພະລັງງານຫານສອງນັ້ນເອງ!!!