au8ust's profileau8ust's space channelPhotosBlogListsMore ![]() | Help |
|
|
March 12 ສັງສິນໄຊ ຕອນ: ຍັກກະສັນບັ້ນບັດນີ້ ຈັກກ່າວມະຫາຍັກເຖົ້າເນົາໃນອະໂນຣາດ ເປັນອາດໃຕ້ລຸ່ມຟ້າສວງ
ເສື້ອສ່ວນສິນ ເຊັງວ່າກຸມພັນແທ້ທະຣົງລືຣິດທິເດດ ຮູ້ຮ່ຳຖ້ວນຄອງຊັ້ນສາຕສິນ
ຈົບເພດດ້ວຍມົນມາກຢາຢຳ ເທິງທໍຣະນີໄປ່ປຸນໃຜພ້ຽງ ເປັນພົງເຊື້ອເວດສຸວັນເທວະຣາດ
ພຣະໃຫ້ຖືດ່ານດ້າວເປັນແຫ່ງຜີ ທໍ່ໄປ່ມີເຜົ່າພ້ຽງພຣະເຍັຽຍອດເທພີ
ເປັນພຣະຍາໂທນຢູ່ເນົານອນແລ້ງ ສົມບັດລົ້ນກອງມະນີນັບໂກດ
ພິສລ່າງລ້ວນລືໄຮ້ຮ່າງແຄນ ມີທໍ່ຄິດໃຄ່ດ້ວຍດອມມິ່ງມະເຫສີ
ທົນທວງກະສັນສິ່ງໄຟຮົມເອົ້າ ຫລິງດູກ້ຳບຸຮານ ຮຽງຮ່ວມກັນນັ້ນ
ອັນວ່າພຣະມິ່ງຂ້າຂານເບື້ອງຝ່າຍໃດ ຈັກວ່າເປັນຊາດເຊື້ອນາມ ນາດແນວດຽວນີ້ລື
ຮູ້ວ່າເນົາໃນມະນຸສໂລກຄົນນະຄອນກວ້າງ ຮູ້ວ່າເປັນພົງເຊື້ອນາ ໂຄຄຸທຣາດ
ສັງມາໄລພີ່ໄວ້ໃຫ້ແດດິ້ນດັ່ນດຽວນີ້ເດ ຄ້ອມວ່າແລ້ວລາຣາຊປາງທອງ
ຮວາຍມົນໂອມແອ່ວທະຍານຍັງຟ້າ ແຍງຫົນກ້ຳກະໃດທອງເທວະຣາດພົ້ນກີບຟ້າ
ຂຽວດັ້ນດຸ່ງເຖິງມັນກໍເຂົ້າຂາບທ້າວສຸວັນນະຣາຊເທໂວ ພູມີຊົມຊື່ນຖາມຖແລງຖ້ວຍ
ມາລືກຸມພັນຜູ້ລືກຽນກົງໂລກກູເອີຍ ເຊື້ອສ່ຳເໜົ້ານາງທ້າວຄ່ອຍຄົງແດ່ລື
ເມືອນັ້ນ ທ້າວໃຫ່ຽຮູ້ຮັບພາກເທໂວ ພົງພັນຍັງຄ່ອຍຄົງພົບໜ້າ ບັດນີ້
ໂສກາກ້ຳແດນໃດຫາຍ ຫ່ວງແຄ້ນແຕ່ຂ້າພຣະບາດເຈົ້າ ໃຈຂ້ອງຂອດຂລັງ
ເພາະເພື່ອພັດປະກອບແກ້ວ ພອຍພາກພຣະຊາຍາ ທະນົງຈອນເຈັຽຣະຈາກກັນໄກລ້ຳ
ຂໍແກ່ມະຫາຈັກເຈົ້າໃຈ ຄາມຄະນິງມາກ ໂຜດຜູ້ຂ້າບົນບ້າງບອກຈິງແດ່ຖ້ອນ
ຂໍຈົ່ງຊີ້ຮ່າງບັ້ນບຸຮານເນື່ອງແນນສົມ ຂ້າຈັກກອຍໃຈຈົງແອ່ວໂອມເອົາຊ້ອນ
ເມື່ອນັ້ນເທໂວຮູ້ ຄຳເຄືອງຄະນິງ ແມ່ເມື່ອຈັກບໍ່ບອກແທ້ຢຽວກັ້ນເກື່ອນຕາຍ
ເມື່ອນັ້ນອົງຕັດຊີ້ເສົາວະນີເນືອງກ່າວ ນາງນັ້ນລົງເກີດກ້ຳນະຄອນລ້ານໂລກຄົນ
ເປັນນ້ອງທ້າວຊັ້ນຊື່ເປັນຈານ ຮຽກວ່າສຸ ມຸນທານາງຮູບສະເມີເໝືອນແຕ້ມ
ບຸນສູງເຊື້ອຊຽງຂວາງຂັດຕິຍະຣາດ ໂສມຍິ່ງຍ້ອຍ ລືເທົ້າທົ່ວແດນ
ກໍໄປມີເຜົ່າພຽງອົງອາດທຽມທົງ ບໍຣິວານນັບໝື່ນນາງນອນເຝົ້າວັນ
ຄືນຄ້າຍຕາວະຕິງໄຕໂລກ ເສບໜໍ່ໄທ້ຣະງົມກົ້ວກ່ອມປາງ ພີ່ມັນສ້າງຍ່ານກວ້າງ
ເປັນເອກມະຫາວົງ ໂຍທານັບແຮ່ກອງກາງນ້ຳ ໃນນະຄອນໃຕ້ກຽນໄກເກັງເດດລື
ທ່ານທ້າວທັງຄ້າຍສ່ວນສິນ ກົວຈັກເປັນບາບເບື້ອງບັງບຽດຄຸງຄີງທ່ານເອີຍ
ຄວນທີ່ຟັງເຮົາຢຸດຢ່າດົນດຸຮ້າຍ ເມືອນັ້ນກຸມພັນຕ້ານຄຳເບັງນົບນອບ
ລ້ຳລຸ່ມຟ້າບໍ່ມີຢ້ານ ຢ່ອນໃຜພຣະເອີຍ ຊື່ວ່າບຸນເຄີຍໄດ້ປຸນວາງໄວ້ເປົ່າເປັນລື
ຂໍແກ່ພຣະຍ່ຳເກົ້າເລັງຂ້າສ່ອງຍານແດ່ຖ້ອນ
ບັດນີ້ຂ້າຈັກລາພາກພື້ນພູວະນາດເທໂວກ່ອນແລ້ວ ກຸມພັນຖວິນ ນອບພຣະກາຍກອນຍ້າຍ
ເຖິງແຖວຊັ້ນກະໃດທອງທະຍານຮີບ ເມີນມຸ່ງຜາສາດ ແກ້ວເຮືອງຮ້ານຮອດພລັນ
ແລລ່ຳຢ້ຽມແປນເປົ່າເລີຍກະສັນ ກຸມພັນສເວີຍໂພດຄາຄືງ້ວນ
ຊົລທາເທົ້າສອງແຄມໄຫລຫລັ່ງ ກະສັນກ່ຽວແກ້ວຄືລ້ານລູບທວງ
ລືຈັກເຍື້ອນຍາກໄດ້ພໍຍີບຍາມດຽວນຶ່ງນັ້ນ ພໍເມື່ອສຸຣາພາພາງພາດດອຍດົນແຈ້ງ
ກຸມພັນແຄ້ນເຄື່ອງມະໂນຄ້ອຍຄັ່ງ
ຜີຈັກໃຊ້ແອ່ວອ້ວນໂອມນ້ອງກໍໃຊ່ການຢຽວທໍ່ຜິດເຜົ່າເຊື້ອເຊັງ
ຕື່ນເມືອງມົວດີທໍ່ຕົນດຽວຈອນຈອບເອົາດາຍໄດ້ ຂຸນມານຄ້ຳຄະນິງໃນຮີຮ່ຳຮູ້ບໍ່ພັ້ງ
ພຣະອົງຄຸ້ມຄາດສອນແລ້ວເລົ່າສວຍຈັກແກ້ວກອຍໃຈຈອມເມກ ຄືຄູ່ຮຸ້ງຮ່ອນຜ້າຍ
ຜຍ່ອງລ້ຳລວງບົນເມກເຍືອກກ້ອງກາຍກີບໄພພະນອມ ແຍງທີ່ນະຄອນເປັງຈານຈິ່ມ
ກະແສແສນທ້າງ ເລັງເຫັນມຸນທຽນທ້າວກືເມືອງມຸນສຣາດຍອດພຸ່ງພົ້ນພຽງຂ້າວຂື່ພະໂຍມ
ຊະພົ່ມພ້າວພັນຍອດຍັງແຊງ
ອຸດົມເດັຽຣະດາດຄືວັນຕ້ອງມັນກໍຫລິງໃຈແຈ້ງຫໍນາງນົງຖ່າວ
ຕັ້ງຊື່ໜ້າແຝງກ້ຳຝ່າຍຄະເນຜາສາດແກ້ວຊ້ອງຊໍ່ກອງມະນີເຮືອງໆຍົກ ຍອດຮາມຮຽງລ້ອມ
ຟັງຍິນເພັງພານເປື້ອງໂບຍບົນກ້ຽວກ່ອມພຸ້ນເຢີ ເລັງຕ່າວໃຕ້ ສວນສົ້ມຍ່ານຍາວ
ຄືຄູ່ຫິມະເວດດ້າວເດັຽຣະດາດໄກສອນ ກຸມພັນປະສົງສອດປຸນໄປຢັ້ງ
ພໍເມື່ອວັນວຽນຄ້າຍຄາສີແສງຕ່ຳ
ເໜືອຍເລັ່ງລົ້ນພົມພ້າວກາບກະຈວນຫອມຍິ່ງພ້ຽງຄັນທະຊາດຮຽງຮົດວິນວອນເຖິງຖືກທວງມານມ້າງ
ທົນສະແດເຖົ້າທູນ ເຖິງເທວະຣາດຂໍຊ່ວຍຊັກນາດນ້າວເຖິງຂ້ອຍຊິຄອບຄຸນແທ້ແລ້ວ
ບັດນີ້ ຍັກກະສັນ ບັ້ນຫຸນຫວຍຫານາດຖວາຍທ່ານຜູ້ເປັນເຈົ້າໂລກທັມກ່ອນແລ້ວ. March 11 ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)ມີຄົນອົດສາພິມລົງຄອມໃຫ້ ດັງນັ້ນ ຕ້ອງລົງຫລາຍ ໆ ບ່ອນ ;P ສີສຸມັງຄະລະເລີດລ້ຳສິດທິເດດລືຊາ ນາໂຖສຸດຍອດຍານໄຕແກ້ວສວັດດີ ນ້ອມໃນທັມພຸທບາດ ຄຸນພຣະຍົກໃສ່ເກົ້າຊຸລີລ້ຳຍອດຍານ ຂວບເມື່ອຮ່ວນໆຟ້າຮ້ອງ ຮ່ຳຣະງົມຝົນ ພຸ້ນເຢີ ວາໂຍຜລຽງລ່ວງໄຄວຄຸມດ້າວພຶກສາກ້ຽວແສນກໍກາງກີບ ຣະດູພືຊໂພດພ້ອມເພັງຖ້ວນເຖື່ອນແຖວ ຍາມນັ້ນມະຫາເມກເຄົ້າຄະນົງເນັ່ງບັງບົດສຸຣະພາອຽງອວ່າຍແລງລົງໄມ້ ອາທິດຈອນຈັນແຈ້ງເດືອນສາມສັຕພິດ ສລຸລູບເນື້ອເນົາ ວະຊ້ອຍຊອບຍານ. ເມື່ອນັ້ນ ປາງຄຳຄຸ້ມຄະນິງທັມທົງມາກ ເຫັນຮຸ່ງຍານຍອດແກ້ວທຽວໃຊ້ຊາດ ພຣະອົງ ໃຄ່ຈັກຕົກແຕ່ງຕັ້ງແປປັ່ນເປັນໄທ ເອັງຊຸລີເຊີນສວງ ຊ່ອຍຍານຍາມແຄ້ນ ຈະຕຸໂລກາກ້ຳໄອສວນແສນທີບ ກັບທັງຄຸທນາກເໜົ້ານາງທ້າວເທພຄຸນ ເຊີນຊ່ອຍຮີ ຮ່ຳປ້ອງແປງກາບກອນປະຈິດ ໄວ້ແກ່ໄຕຕອງບຸນແວ່ນແຍງຍາມແຄ້ນຕາມທີ່ເອັງຊຸ ລີເທົ້າທວານສາມປະນົມນອບມານີ້ ຄຸນຍ່ອມຍົກໃສ່ເກົ້າຕະເກີງຕັ້ງຊູ່ຍາມ ບັດນີ້ຂ້າ ຈັກປຸນແຕ່ງຕັ້ງ ໄຂຊາດແປທັມກ່ອນແລ້ວ ເປັນທີ່ຍຸແຍງຝູງພ່ຳເພັງພາຍຊ້ອຍ ຄວນທີ່ອັສຈັນລ້ຳໂລກາກົງໂລກເຮົານີ້ມີໃນຫ້າສິບຊາດແທ້ທຽວໃຊ້ສົ່ງເວນ ແທ້ແລ້ວ. ຍັງມີນັຄເຣດລ້ຳຊັ້ນຊື່ ເປັງຈານ ນິຄົມຄົນຄັ່ງເພັງພໍຕື້ ຂຽງຫລວງລົ້ນລຸງລັງ ລ້ານຍ່ານ ນ້ຳແຜ່ລ້ອມລະວັງຕ້າຍຊົ່ວຄາວ ຮຸ່ງຄ່ຳລົ້ນຊາວເທດທຽວສະເພົາ ອຸດົມ ໂດຍດັ່ງດາວະດິງຟ້າ ລືກຽນເທົ້າທາດາແດນທີບເມືອງໃຫຍ່ກວ້າງຄົນເຄົ້າຄັ່ງໂຮມ ພູເບດສ້າງທ່ອນທ້າວກຸສຣາດນາມກະສັດ ປາກຽນນັນນອກຊຽງເຊັງອ້າງ ນັບແຕ່ບຸຣີ ລ້ຳນະຄອນຄົນໃດປຽບ ໂຮງໃຫຍ່ກວ້າງອໍຣະທຶ້ມຜ່ານຊຽງ ປະດັບຊໍ່ຟ້າມຸກມາດດາວຄຳ ມຸງທອງແດງຫລໍ່ຕັນຕາງຟ້າມະເຫສີເຈົ້າຈັນທາທຽມຣາດ ໂສມຍິ່ງຍ້ອຍປຸນປັ້ນ ປຽບຂຽນ ບໍຣິວານເໜົ້າໃນປາງນັບໝື່ນປະດັບເຄື່ອງຮ້ອຍຕະເກີງເກົ້າກ່ອມຜິວ ພູ ເບດສ້າງນະຄອນໃຫຍ່ຍຸກະເສີມ ມຽງໆພາຍງາຄຳຢູ່ໂຮງພັນຊ້າງ ອັສດອນມ້າມະໂນໄມຮ້ອຍຄູ່ ນາຍແອບຟ້ອນພະລານກວ້າງແກວ່ງແພນ ຮຸ່ງຄ່ຳອື້ອາມາດຊຸມສນາມ ໂດຍເດີມກະບິນຊົ່ວລາວປະຖົມເຖົ້າ ຊຽງຫລວງລົ້ນລະງົມຄົນເຄົ້າຄື່ນ ທຸກທ່ວຍໃຕ້ ລຸ່ມຟ້າພັນທ້າວທອດທອງ ລາວໃຫຍ່ຕັ້ງເດັຍຣະດາດຂອງຂາຍ ອາຮາມເຮືອງຮຸ່ງສີແສງແກ້ວ ມີທັງສັງຄະຮູ້ແປທັມໄຂສາດ ຮຸ່ງຄ່ຳເຊົ້າຕາມໄຕ້ເຮື່ອເຮືອງ ລືນາດທ້າວ ແດນທີບເຂົາຂາມ ພັນເມືອງມາສ່ວຍທອງທັງຄ້າຍ ຍຸກະເສີມເວ້ນອົລຫົນຫາຍໂສກ ທໍ່ວ່າພູວະນາດໄຮ້ແນວນ້ອງບໍ່ຫລາຍ ມີທໍ່ເຍົາວະຍອດແກ້ວເປັນມິ່ງໃຈເມືອງນາງລຸນ ມີແມ່ດຽວທຽມທ້າວ ຜາກົດແກ້ວສຸມຸນທາທົງຮູບ ໂສມຍິ່ງພ້ຽງເພີງໄວ້ແວ່ນໃຈ ຍົດ ຍິ່ງປ້ອງປຸນສິ່ງສາມສວັນ ຊາຍຊິງຊອມເມື່ອຍຕົນຕາກະດ້າງຕະເກີງໜ້ານົງພາວຜົງ ໃຫຍ່ງາມເລີດລ້ຳລືເທົ້າໝື່ນເມືອງ ຮ້ອຍປະເທດທ້າວເຕົ້າສົ່ງສານໝາຍພູມີຮັກບໍ່ວາງໄປໄດ້ ບຸນກອງແກ້ວສຸມຸນທານາງນາດ ຢຳພີ່ເຈົ້າມີລ້ຳລ່ວງຄອງ ພຣະກໍຍົກ ຍອດແກ້ວກິນເກິ່ງນະຄອນຂວາງ ພຣະອົງແພງພຽງພຣະເນດເນົາໃນໜ້າ ປຸນສາວ ໃຊ້ຄຳອອນເອື້ອຍມຸ່ງ ສອງພີ່ນ້ອງປະສົງຕັ້ງປິ່ນປົວ ທໍ່ວ່າປັກກະຕິນ້ອຍເຄີຍຊົມດວງ ດອກລະອອງໂອບແອ້ມສອງຂ້າງໄຂ່ວແຖວ ເລັງຊ່ອງຊັ້ນມຸກມາດມະໂນຣົດ ປຸນ ດາວເດັຍຣະດາດຄືຄວງຟ້າ ຜານໆພ້ຽງມຸນທຽນເທວະຣາດ ແກ້ວກໍ່ລ້ອມວັນເຂັມ ຂ່າຍກະດິງຍຸແຈ່ມເຈົ້າປະສົງທອດທານສິນພຽນເທວະຣາດແກ້ວກໍ່ລ້ອມວັນເຂັມຂ່າຍ ກະດິງຍຸແຈ່ມເຈົ້າປະສົງທອດທານສິນ ພຽນເພັງປຣະມີມຸ່ງເມີນໃຈແຈ້ງ ສັມມຸດຕິບັ້ນ ນິທານທັມກ່າວແລ້ວທໍ່ນີ້ຖວາຍໄທ້ທີ່ຢຳກ່ອນແລ້ວ. |
|
|