Profilo di au8ustau8ust's space channelFotoBlogElenchiAltro ![]() | Guida |
|
24 aprile ເບີໂທລະສັບຈະເລົ່າເລື່ອງໃຫ້ຟັງ ແຕ່ກ່ອນມີເບີແທງໂກ້ (a.k.a Tigo) ຢູ່ເບີໜຶ່ງ ຄື 777x900 ຕອນນັ້ນຊື້ມາໃຊ້ເອງ ແຕ່ວ່າ ຫລັງຈາກນັ້ນມີເບີອື່ນໃຊ້ ກໍ່ເລີຍໃຊ້ເບີອື່ນ ແລ້ວມີໝູ່ຄົນໜຶ່ງຂໍຢືມໄປໃຊ້ ກໍ່ເລີຍວ່າໃຫ້ໄປ ເພາະວ່າສະນິດກັນ ແລ້ວກໍ່ ບໍ່ໄດ້ໃຊ້ແດ່ລະ ດົນເຕີບ ເກີດຢາກເອົາກັບມາໃຊ້ໃຫມ່ ເລີຍໂທໄປຫາໝູ່ແຕ່ບໍ່ຕິດ ເລີຍໂທໄປເບີ 777x900 ໂທໄປຫລາຍເທື່ອບໍ່ມີຄົນຮັບສາຍ ກໍ່ເຂົ້າໃຈວ່າຄົງເສຍແລ້ວ ເລີຍເຮັດເລື່ອງໄປຂໍ SIM ໃຫມ່ ແຕ່ວ່າ ມື້ສຸດທ້າຍ ກ່ອນທີ່ຈະໄປສູນເພື່ອຂໍເບີໃຫມ່ຫັ້ນ ກາຍເປັນວ່າ ໂທຕິດ!!! ກໍ່ເລີຍບໍ່ໄປເອົາ ຕໍ່ມາຕິດຕໍ່ໝູ່ຄົນທີ່ຢືມໄປໄດ້ ເລີຍຖາມເພິ່ນ ໆ ກໍ່ເລົ່າໃຫ້ຟັງວ່າ ເອົາໃຫ້ຄົນອື່ນຢືມໄປໃຊ້ ເລີຍບອກວ່າ ຊິເອົາມາໃຊ້ຄືນແລ້ວໃດ໋ ໝູ່ກໍ່ບອກວ່າ ບໍ່ຍາກ ດຽວຊິໄປເຮັດໃຫມ່ໃຫ້ (ເພາະວ່າທຳອິດໝູ່ເອົາມາແລ້ວເຮັດເສຍ ເລີຍວ່າເຄີຍໄປຂໍເທື່ອໜຶ່ງແລ້ວ ກໍ່ເລີຍໄປເອົາງ່າຍ ມີ) ກໍ່ຕອບວ່າໂອເຄ ຜ່ານໄປປະມານ 1 ເດືອນ ຈຶ່ງໄດ້ເບີກັບມາ ແຕ່ວ່າ ໃຊ້ໄດ້ປະມານ 2 ມື້ ກໍ່ມີຄົນໂທມາຖາມວ່າ ອັນນີ້ຢູ່ໃສ? ຟັງສຽງຄິດອອກວ່າ ແມ່ນຄົນທີ່ຢືມເບີນຳໝູ່ເຮົາໄປ ເລີຍບໍ່ເວົ້າຫຍັງຫລາຍ ບອກແຕ່ວ່າ ໂທຜິດແລ້ວ ໆ ກໍ່ວາງສາຍ ອືມ... ເບີຂອງເຮົາ ເຮົາຊິເອົາຄືນ ກໍ່ບໍ່ໜ້າຈະແປກຫຍັງ ແມ່ນບໍ່? |
|
|