au8ust's profileau8ust's space channelPhotosBlogListsMore ![]() | Help |
|
January 23 ຄວາມມະຫັດສະຈັນຂອງ Google PageRankເລື່ອງມັນມີຢູ່ວ່າ ບລັອກ au8ust.org ຈົດທະບຽນມາສາມເດືອນແລ້ວ ອັບເດທເກືອບຈະຕະຫລອດເລີຍ ແຕ່ປະກົດວ່າ... ຈົນບັດນີ້ PageRank ຍັງມີແຕ່ 0 ຢູ່ Y_Y ແຕ່ອີກບລັອກຫນຶ່ງ ຕັ້ງໃຈຈະລອງ MFA ເບິ່ງ ເລີຍຈົດຫລິ້ນໆ ຫມູ່ຊ່ວຍຕັ້ງຊື່ໃຫ້ ໄດ້ຊື່ວ່າ BlogTheTech.com ອັນນີ້ ບໍ່ຄ່ອຍໄດ້ອັບເດທຂໍ້ມູນເລີຍ ຕັ້ງແຕ່ຈົດມານີ້ໄດ້ເກືອບເດືອນ ອັບເດທແຕ່ສອງເທື່ອ ແຕ່ປະກົດວ່າ...!!!! ໄດ້ PageRank 2!!!! ໂອ.. ພະເຈົ້າ... ຮູ້ສຶກວ່າ ມັນຫນ້າຈະກິນນຳຊື່ Domain ເພາະມີຄຳເດັດຢູ່ສອງຄຳ ຄື Blog ກັບ Tech ສອງຄຳນີ້ສຳຄັນຫລາຍ ເປັນຕົວຊ່ວຍເພີ່ມ PageRank ຫລືທີ່ເອີ້ນກັນຫຍໍ້ໆວ່າ PR ໄດ້ເປັນຢ່າງດີ ເອ້ະ!? ແລ້ວ PageRank ຫລື PR ມັນເອົາໄວ້ເຮັດຫຍັງ? ຕອບວ່າມັນເປັນຕົວບົ່ງບອກເຖິງອັນດັບຂອງເວັບເຮົາ ຄະແນນເຕັມຄື 10 ຖ້າເວັບ ຫລືບລັອກຂອງເຮົາຍິ່ງມີຄ່າ PR ສູງເທົ່າໃດ ກໍ່ມີໂອກາດຈະໄປຢູ່ຫນ້າທຳອິດຂອງຜົນການຄົ້ນຫາຈາກ Google.com ໄດ້ຫລາຍເທົ່ານັ້ນ ເຊິ່ງມັນສຳຄັນຫລາຍ ເພາະຈະເປັນການຊ່ວຍໃຫ້ມີຄົນຮູ້ຈັກເຮົາຫລາຍຂຶ້ນຜ່ານການໃຊ້ພວກ Search Engine ຕ່າງໆນັ້ນເອງ ແລ້ວເຮັດແນວໃດຊິເພີ່ມ PageRank ໄດ້ລ່ະ?? ອືມ... ຕ້ອງຕິດຕາມຕອນຕໍ່ໄປ... January 17 ຄວາມກ້າວຫນ້າຂອງເວັບໄຊທ໌ໃນລາວມື້ນີ້ລົມກັບຕາໂອ້ດ ລົມມັນວ່າຖ້າມັນບໍ່ໄປຢູ່ຊາຍແດນກໍ່ມາຊ່ວຍກັນເຮັດເວັບແມ່ະ ມັນບອກວ່າເຮັດບໍ່ເປັນ -_-" ເວນກຳ ຕານີ້ມາແປກ ມັນກໍ່ເຮັດ os55.tollfreepage.com ຢູ່ຫັ້ນ ຍັງຊິບອກວ່າເຮັດບໍ່ເປັນອີກ ເຖິງເຮັດບໍ່ເປັນກໍ່ຕ້ອງຮຽນເອົາຕົ່ວະ ໃຜມັນຊິເປັນແຕ່ເກີດ ທຸກຄົນກໍ່ຕ້ອງຮຽນຮູ້ເອົາ ບໍ່ຊັ້ນຊິມີໂຮງຮຽນ ຊິຫນັງສື ຊິມີຄູສອນ ໄປເຮັດຫຍັງ ຕາໂອ້ດກໍ່ເອີໆ ອໍໆ ໄປຕາມເລື່ອງຕາມລາວ (ສະແດງວ່າບໍ່ຢາກເຮັດ) ເລີຍບອກມັນໄປຫລາຍໆ ຢ່າງ ເຜື່ອຊິປ່ຽນໃຈ 555 ຄິດເບິ່ງແລ້ວກໍ່ແປກ ປະເທດເຮົາມີອິນເຕີເນັດໃຊ້ກໍ່ນັບເປັນຫົກເຈັດປີມານີ້ແລ້ວ ແຕ່ເວັບໄຊທ໌ຂອງຄົນລາວພັດວ່າມີຫນ້ອຍດຽວ ບໍ່ຮູ້ມັນເປັນແນວໃດ ສ່ວນຫນຶ່ງກໍ່ອາດຈະມາຈາກລາຄາຂອງອິນເຕີເນັດ ທີ່ແພງມະຫາໂຫດສຳຫລັບຄົນທົ່ວໄປ ແລະສ່ວນຫນຶ່ງກໍ່ອາດຈະມາຈາກພື້ນຖານຂອງຄົນລາວເຮົາ ທີ່ບໍ່ໄດ້ມີລາຍໄດຫລາຍພໍທີ່ຈະມາສົນໃຈກັບເລື່ອງພວກນີ້ໄດ້ ອືມ... ກໍ່ຫນ້າຄິດ ແຕ່ວ່າ ເຖິງວ່າຊິມີຄົນລາວໃຊ້ຫລາຍ ແລ້ວມັນຊິເປັນແນວໃດ? ປັນຫາຫລາຍໆ ຢ່າງທີ່ມາຈາກການໃຊ້ອິນເຕີເນັດກໍ່ຕາມມາ? ກໍ່ເປັນເລື່ອງເປັນລາວໃຫຍ່ໂຕໄປໃນອະນາຄົດອີກ -_-) ຄິດໄປຄິດມາ ມັນກໍ່ມີປະເດັນຫນຶ່ງທີ່ຫນ້າສົນໃຈ ກໍ່ຄື ມັນຈຳເປັນແລ້ວບໍ່ ທີ່ຈະຕ້ອງນຳໃຫ້ທັນໂລກ? January 10 ຂໍບອກສະບາຍທ່ານແຂກຜູ້ມີກຽດທຸກໆ ທ່ານ ອັນເນື່ອງມາຈາກວ່າຂ້າພະເຈົ້າຂຽນບລັອກຢູ່ www.au8ust.org ແລ້ວ ຊິໃຫ້ມາອັບເດທສອງບ່ອນມັນຄືຊິຍາກ ກໍ່ເຫດນັ້ນແລ ຈຶ່ງຢາກຈະເຊີນຊວນທ່ານທັງຫລາຍ ໄປອ່ານບລັອກຂອງຂ້າພະເຈົ້າຢຸ່ທີ່ www.au8ust.org ຈະດີກວ່າ ສະບາຍທັງຄົນອ່ານ ສະບາຍທັງຄົນຂຽນ ເພາະວ່າຫຍັງ ເພາະວ່າຄົນອ່ານກໍ່ອ່ານບ່ອນດຽວ ຄົນຂຽນກໍ່ຂຽນບ່ອນດຽວ ທາງດຽວກັນ ໄປນຳກັນ ພະລັງງານຫານສອງນັ້ນເອງ!!! |
|
|