ຍ້າຍແລ້ວເດີ້!

ເນື່ອງຈາກ Microsoft ເພິ່ນຖິ້ມ Live Spaces ແລ້ວ ແລະໃຫ້ຍ້າຍມາຢູ່ WordPress.com ແທນ ຕອນນີ້ກໍເລີຍຍ້າຍມາເປັນທີ່ຮຽບຮ້ອຍ ຫະຫະ…

Posted in Uncategorized | 1 ຄວາມເຫັນ

ຂຽນ Blogger

ຕອນນີ້ກັບໄປຂຽນບລັອກເກີອີກແລ້ວ ຮູ້ສຶກວ່າຈະມີລູກຫລິ້ນຫນ້າສົນໃຈຫລາຍຢ່າງພໍສົມຄວນ ຢາກໃຫ້ທ່ານທີ່ສົນໃຈຂຽນບລັອກ ລອງໄປໃຊ້ Blogger/Blogspot ເບິ່ງ

ເກືອບລືມບອກໄປວ່າ ບລັອກຂອງເຮົາຢູ່ທີ່ au8ust.blogspot.com

Posted in Computers and Internet | 1 ຄວາມເຫັນ

au8ust’s community

ແວະມາບອກວ່າ ຕອນນີ້ເປີດເວບບອຣ໌ດໃຫມ່ແລ້ວ ຢາກໃຫ້ທຸກ ໆ ຄົນໄດ້ໄປທົດລອງໃຊ້ງານກັນທີ່ http://community.au8ust.org/

ຈົບຂ່າວ.

Posted in Computers and Internet | 1 ຄວາມເຫັນ

ເບີໂທລະສັບ

ຈະເລົ່າເລື່ອງໃຫ້ຟັງ ແຕ່ກ່ອນມີເບີແທງໂກ້ (a.k.a Tigo) ຢູ່ເບີໜຶ່ງ ຄື 777×900 ຕອນນັ້ນຊື້ມາໃຊ້ເອງ ແຕ່ວ່າ ຫລັງຈາກນັ້ນມີເບີອື່ນໃຊ້ ກໍ່ເລີຍໃຊ້ເບີອື່ນ ແລ້ວມີໝູ່ຄົນໜຶ່ງຂໍຢືມໄປໃຊ້ ກໍ່ເລີຍວ່າໃຫ້ໄປ ເພາະວ່າສະນິດກັນ ແລ້ວກໍ່ ບໍ່ໄດ້ໃຊ້ແດ່ລະ

ດົນເຕີບ ເກີດຢາກເອົາກັບມາໃຊ້ໃຫມ່ ເລີຍໂທໄປຫາໝູ່ແຕ່ບໍ່ຕິດ ເລີຍໂທໄປເບີ 777×900 ໂທໄປຫລາຍເທື່ອບໍ່ມີຄົນຮັບສາຍ ກໍ່ເຂົ້າໃຈວ່າຄົງເສຍແລ້ວ ເລີຍເຮັດເລື່ອງໄປຂໍ SIM ໃຫມ່ ແຕ່ວ່າ ມື້ສຸດທ້າຍ ກ່ອນທີ່ຈະໄປສູນເພື່ອຂໍເບີໃຫມ່ຫັ້ນ ກາຍເປັນວ່າ ໂທຕິດ!!! ກໍ່ເລີຍບໍ່ໄປເອົາ

ຕໍ່ມາຕິດຕໍ່ໝູ່ຄົນທີ່ຢືມໄປໄດ້ ເລີຍຖາມເພິ່ນ ໆ ກໍ່ເລົ່າໃຫ້ຟັງວ່າ ເອົາໃຫ້ຄົນອື່ນຢືມໄປໃຊ້ ເລີຍບອກວ່າ ຊິເອົາມາໃຊ້ຄືນແລ້ວໃດ໋ ໝູ່ກໍ່ບອກວ່າ ບໍ່ຍາກ ດຽວຊິໄປເຮັດໃຫມ່ໃຫ້ (ເພາະວ່າທຳອິດໝູ່ເອົາມາແລ້ວເຮັດເສຍ ເລີຍວ່າເຄີຍໄປຂໍເທື່ອໜຶ່ງແລ້ວ ກໍ່ເລີຍໄປເອົາງ່າຍ ມີ) ກໍ່ຕອບວ່າໂອເຄ

ຜ່ານໄປປະມານ 1 ເດືອນ ຈຶ່ງໄດ້ເບີກັບມາ ແຕ່ວ່າ ໃຊ້ໄດ້ປະມານ 2 ມື້ ກໍ່ມີຄົນໂທມາຖາມວ່າ ອັນນີ້ຢູ່ໃສ? ຟັງສຽງຄິດອອກວ່າ ແມ່ນຄົນທີ່ຢືມເບີນຳໝູ່ເຮົາໄປ ເລີຍບໍ່ເວົ້າຫຍັງຫລາຍ ບອກແຕ່ວ່າ ໂທຜິດແລ້ວ ໆ ກໍ່ວາງສາຍ

ອືມ… ເບີຂອງເຮົາ ເຮົາຊິເອົາຄືນ ກໍ່ບໍ່ໜ້າຈະແປກຫຍັງ ແມ່ນບໍ່?

Posted in Talk | 1 ຄວາມເຫັນ

ສັງສິນໄຊ ຕອນ: ຍັກກະສັນບັ້ນ

ບັດນີ້ ຈັກກ່າວມະຫາຍັກເຖົ້າເນົາໃນອະໂນຣາດ ເປັນອາດໃຕ້ລຸ່ມຟ້າສວງ
ເສື້ອສ່ວນສິນ ເຊັງວ່າກຸມພັນແທ້ທະຣົງລືຣິດທິເດດ ຮູ້ຮ່ຳຖ້ວນຄອງຊັ້ນສາຕສິນ
ຈົບເພດດ້ວຍມົນມາກຢາຢຳ ເທິງທໍຣະນີໄປ່ປຸນໃຜພ້ຽງ ເປັນພົງເຊື້ອເວດສຸວັນເທວະຣາດ
ພຣະໃຫ້ຖືດ່ານດ້າວເປັນແຫ່ງຜີ ທໍ່ໄປ່ມີເຜົ່າພ້ຽງພຣະເຍັຽຍອດເທພີ
ເປັນພຣະຍາໂທນຢູ່ເນົານອນແລ້ງ ສົມບັດລົ້ນກອງມະນີນັບໂກດ
ພິສລ່າງລ້ວນລືໄຮ້ຮ່າງແຄນ ມີທໍ່ຄິດໃຄ່ດ້ວຍດອມມິ່ງມະເຫສີ
ທົນທວງກະສັນສິ່ງໄຟຮົມເອົ້າ ຫລິງດູກ້ຳບຸຮານ ຮຽງຮ່ວມກັນນັ້ນ
ອັນວ່າພຣະມິ່ງຂ້າຂານເບື້ອງຝ່າຍໃດ ຈັກວ່າເປັນຊາດເຊື້ອນາມ ນາດແນວດຽວນີ້ລື
ຮູ້ວ່າເນົາໃນມະນຸສໂລກຄົນນະຄອນກວ້າງ ຮູ້ວ່າເປັນພົງເຊື້ອນາ ໂຄຄຸທຣາດ
ສັງມາໄລພີ່ໄວ້ໃຫ້ແດດິ້ນດັ່ນດຽວນີ້ເດ ຄ້ອມວ່າແລ້ວລາຣາຊປາງທອງ
ຮວາຍມົນໂອມແອ່ວທະຍານຍັງຟ້າ ແຍງຫົນກ້ຳກະໃດທອງເທວະຣາດພົ້ນກີບຟ້າ
ຂຽວດັ້ນດຸ່ງເຖິງມັນກໍເຂົ້າຂາບທ້າວສຸວັນນະຣາຊເທໂວ ພູມີຊົມຊື່ນຖາມຖແລງຖ້ວຍ
ມາລືກຸມພັນຜູ້ລືກຽນກົງໂລກກູເອີຍ ເຊື້ອສ່ຳເໜົ້ານາງທ້າວຄ່ອຍຄົງແດ່ລື
ເມືອນັ້ນ ທ້າວໃຫ່ຽຮູ້ຮັບພາກເທໂວ ພົງພັນຍັງຄ່ອຍຄົງພົບໜ້າ ບັດນີ້
ໂສກາກ້ຳແດນໃດຫາຍ ຫ່ວງແຄ້ນແຕ່ຂ້າພຣະບາດເຈົ້າ ໃຈຂ້ອງຂອດຂລັງ
ເພາະເພື່ອພັດປະກອບແກ້ວ ພອຍພາກພຣະຊາຍາ ທະນົງຈອນເຈັຽຣະຈາກກັນໄກລ້ຳ
ຂໍແກ່ມະຫາຈັກເຈົ້າໃຈ ຄາມຄະນິງມາກ ໂຜດຜູ້ຂ້າບົນບ້າງບອກຈິງແດ່ຖ້ອນ
ຂໍຈົ່ງຊີ້ຮ່າງບັ້ນບຸຮານເນື່ອງແນນສົມ ຂ້າຈັກກອຍໃຈຈົງແອ່ວໂອມເອົາຊ້ອນ
ເມື່ອນັ້ນເທໂວຮູ້ ຄຳເຄືອງຄະນິງ ແມ່ເມື່ອຈັກບໍ່ບອກແທ້ຢຽວກັ້ນເກື່ອນຕາຍ
ເມື່ອນັ້ນອົງຕັດຊີ້ເສົາວະນີເນືອງກ່າວ ນາງນັ້ນລົງເກີດກ້ຳນະຄອນລ້ານໂລກຄົນ
ເປັນນ້ອງທ້າວຊັ້ນຊື່ເປັນຈານ ຮຽກວ່າສຸ ມຸນທານາງຮູບສະເມີເໝືອນແຕ້ມ
ບຸນສູງເຊື້ອຊຽງຂວາງຂັດຕິຍະຣາດ ໂສມຍິ່ງຍ້ອຍ ລືເທົ້າທົ່ວແດນ
ກໍໄປມີເຜົ່າພຽງອົງອາດທຽມທົງ ບໍຣິວານນັບໝື່ນນາງນອນເຝົ້າວັນ
ຄືນຄ້າຍຕາວະຕິງໄຕໂລກ ເສບໜໍ່ໄທ້ຣະງົມກົ້ວກ່ອມປາງ ພີ່ມັນສ້າງຍ່ານກວ້າງ
ເປັນເອກມະຫາວົງ ໂຍທານັບແຮ່ກອງກາງນ້ຳ ໃນນະຄອນໃຕ້ກຽນໄກເກັງເດດລື
ທ່ານທ້າວທັງຄ້າຍສ່ວນສິນ ກົວຈັກເປັນບາບເບື້ອງບັງບຽດຄຸງຄີງທ່ານເອີຍ
ຄວນທີ່ຟັງເຮົາຢຸດຢ່າດົນດຸຮ້າຍ ເມືອນັ້ນກຸມພັນຕ້ານຄຳເບັງນົບນອບ
ລ້ຳລຸ່ມຟ້າບໍ່ມີຢ້ານ ຢ່ອນໃຜພຣະເອີຍ ຊື່ວ່າບຸນເຄີຍໄດ້ປຸນວາງໄວ້ເປົ່າເປັນລື
ຂໍແກ່ພຣະຍ່ຳເກົ້າເລັງຂ້າສ່ອງຍານແດ່ຖ້ອນ
ບັດນີ້ຂ້າຈັກລາພາກພື້ນພູວະນາດເທໂວກ່ອນແລ້ວ ກຸມພັນຖວິນ ນອບພຣະກາຍກອນຍ້າຍ
ເຖິງແຖວຊັ້ນກະໃດທອງທະຍານຮີບ ເມີນມຸ່ງຜາສາດ ແກ້ວເຮືອງຮ້ານຮອດພລັນ
ແລລ່ຳຢ້ຽມແປນເປົ່າເລີຍກະສັນ ກຸມພັນສເວີຍໂພດຄາຄືງ້ວນ
ຊົລທາເທົ້າສອງແຄມໄຫລຫລັ່ງ ກະສັນກ່ຽວແກ້ວຄືລ້ານລູບທວງ
ລືຈັກເຍື້ອນຍາກໄດ້ພໍຍີບຍາມດຽວນຶ່ງນັ້ນ ພໍເມື່ອສຸຣາພາພາງພາດດອຍດົນແຈ້ງ
ກຸມພັນແຄ້ນເຄື່ອງມະໂນຄ້ອຍຄັ່ງ
ຜີຈັກໃຊ້ແອ່ວອ້ວນໂອມນ້ອງກໍໃຊ່ການຢຽວທໍ່ຜິດເຜົ່າເຊື້ອເຊັງ
ຕື່ນເມືອງມົວດີທໍ່ຕົນດຽວຈອນຈອບເອົາດາຍໄດ້ ຂຸນມານຄ້ຳຄະນິງໃນຮີຮ່ຳຮູ້ບໍ່ພັ້ງ
ພຣະອົງຄຸ້ມຄາດສອນແລ້ວເລົ່າສວຍຈັກແກ້ວກອຍໃຈຈອມເມກ ຄືຄູ່ຮຸ້ງຮ່ອນຜ້າຍ
ຜຍ່ອງລ້ຳລວງບົນເມກເຍືອກກ້ອງກາຍກີບໄພພະນອມ ແຍງທີ່ນະຄອນເປັງຈານຈິ່ມ
ກະແສແສນທ້າງ ເລັງເຫັນມຸນທຽນທ້າວກືເມືອງມຸນສຣາດຍອດພຸ່ງພົ້ນພຽງຂ້າວຂື່ພະໂຍມ
ຊະພົ່ມພ້າວພັນຍອດຍັງແຊງ
ອຸດົມເດັຽຣະດາດຄືວັນຕ້ອງມັນກໍຫລິງໃຈແຈ້ງຫໍນາງນົງຖ່າວ
ຕັ້ງຊື່ໜ້າແຝງກ້ຳຝ່າຍຄະເນຜາສາດແກ້ວຊ້ອງຊໍ່ກອງມະນີເຮືອງໆຍົກ ຍອດຮາມຮຽງລ້ອມ
ຟັງຍິນເພັງພານເປື້ອງໂບຍບົນກ້ຽວກ່ອມພຸ້ນເຢີ ເລັງຕ່າວໃຕ້ ສວນສົ້ມຍ່ານຍາວ
ຄືຄູ່ຫິມະເວດດ້າວເດັຽຣະດາດໄກສອນ ກຸມພັນປະສົງສອດປຸນໄປຢັ້ງ
ພໍເມື່ອວັນວຽນຄ້າຍຄາສີແສງຕ່ຳ
ເໜືອຍເລັ່ງລົ້ນພົມພ້າວກາບກະຈວນຫອມຍິ່ງພ້ຽງຄັນທະຊາດຮຽງຮົດວິນວອນເຖິງຖືກທວງມານມ້າງ
ທົນສະແດເຖົ້າທູນ ເຖິງເທວະຣາດຂໍຊ່ວຍຊັກນາດນ້າວເຖິງຂ້ອຍຊິຄອບຄຸນແທ້ແລ້ວ
ບັດນີ້ ຍັກກະສັນ ບັ້ນຫຸນຫວຍຫານາດຖວາຍທ່ານຜູ້ເປັນເຈົ້າໂລກທັມກ່ອນແລ້ວ.
Posted in หนังสือ | ໃຫ້ຄວາມເຫັນ

ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

ມີຄົນອົດສາພິມລົງຄອມໃຫ້ ດັງນັ້ນ ຕ້ອງລົງຫລາຍ ໆ ບ່ອນ ;P


ສີສຸມັງຄະລະເລີດລ້ຳສິດທິເດດລືຊາ ນາໂຖສຸດຍອດຍານໄຕແກ້ວສວັດດີ
ນ້ອມໃນທັມພຸທບາດ ຄຸນພຣະຍົກໃສ່ເກົ້າຊຸລີລ້ຳຍອດຍານ ຂວບເມື່ອຮ່ວນໆຟ້າຮ້ອງ
ຮ່ຳຣະງົມຝົນ ພຸ້ນເຢີ ວາໂຍຜລຽງລ່ວງໄຄວຄຸມດ້າວພຶກສາກ້ຽວແສນກໍກາງກີບ
ຣະດູພືຊໂພດພ້ອມເພັງຖ້ວນເຖື່ອນແຖວ
ຍາມນັ້ນມະຫາເມກເຄົ້າຄະນົງເນັ່ງບັງບົດສຸຣະພາອຽງອວ່າຍແລງລົງໄມ້
ອາທິດຈອນຈັນແຈ້ງເດືອນສາມສັຕພິດ ສລຸລູບເນື້ອເນົາ ວະຊ້ອຍຊອບຍານ.

ເມື່ອນັ້ນ ປາງຄຳຄຸ້ມຄະນິງທັມທົງມາກ ເຫັນຮຸ່ງຍານຍອດແກ້ວທຽວໃຊ້ຊາດ ພຣະອົງ
ໃຄ່ຈັກຕົກແຕ່ງຕັ້ງແປປັ່ນເປັນໄທ ເອັງຊຸລີເຊີນສວງ ຊ່ອຍຍານຍາມແຄ້ນ
ຈະຕຸໂລກາກ້ຳໄອສວນແສນທີບ ກັບທັງຄຸທນາກເໜົ້ານາງທ້າວເທພຄຸນ ເຊີນຊ່ອຍຮີ
ຮ່ຳປ້ອງແປງກາບກອນປະຈິດ ໄວ້ແກ່ໄຕຕອງບຸນແວ່ນແຍງຍາມແຄ້ນຕາມທີ່ເອັງຊຸ
ລີເທົ້າທວານສາມປະນົມນອບມານີ້ ຄຸນຍ່ອມຍົກໃສ່ເກົ້າຕະເກີງຕັ້ງຊູ່ຍາມ
ບັດນີ້ຂ້າ ຈັກປຸນແຕ່ງຕັ້ງ ໄຂຊາດແປທັມກ່ອນແລ້ວ
ເປັນທີ່ຍຸແຍງຝູງພ່ຳເພັງພາຍຊ້ອຍ
ຄວນທີ່ອັສຈັນລ້ຳໂລກາກົງໂລກເຮົານີ້ມີໃນຫ້າສິບຊາດແທ້ທຽວໃຊ້ສົ່ງເວນ ແທ້ແລ້ວ.

ຍັງມີນັຄເຣດລ້ຳຊັ້ນຊື່ ເປັງຈານ ນິຄົມຄົນຄັ່ງເພັງພໍຕື້ ຂຽງຫລວງລົ້ນລຸງລັງ
ລ້ານຍ່ານ ນ້ຳແຜ່ລ້ອມລະວັງຕ້າຍຊົ່ວຄາວ ຮຸ່ງຄ່ຳລົ້ນຊາວເທດທຽວສະເພົາ ອຸດົມ
ໂດຍດັ່ງດາວະດິງຟ້າ ລືກຽນເທົ້າທາດາແດນທີບເມືອງໃຫຍ່ກວ້າງຄົນເຄົ້າຄັ່ງໂຮມ
ພູເບດສ້າງທ່ອນທ້າວກຸສຣາດນາມກະສັດ ປາກຽນນັນນອກຊຽງເຊັງອ້າງ ນັບແຕ່ບຸຣີ
ລ້ຳນະຄອນຄົນໃດປຽບ ໂຮງໃຫຍ່ກວ້າງອໍຣະທຶ້ມຜ່ານຊຽງ ປະດັບຊໍ່ຟ້າມຸກມາດດາວຄຳ
ມຸງທອງແດງຫລໍ່ຕັນຕາງຟ້າມະເຫສີເຈົ້າຈັນທາທຽມຣາດ ໂສມຍິ່ງຍ້ອຍປຸນປັ້ນ ປຽບຂຽນ
ບໍຣິວານເໜົ້າໃນປາງນັບໝື່ນປະດັບເຄື່ອງຮ້ອຍຕະເກີງເກົ້າກ່ອມຜິວ ພູ
ເບດສ້າງນະຄອນໃຫຍ່ຍຸກະເສີມ ມຽງໆພາຍງາຄຳຢູ່ໂຮງພັນຊ້າງ
ອັສດອນມ້າມະໂນໄມຮ້ອຍຄູ່ ນາຍແອບຟ້ອນພະລານກວ້າງແກວ່ງແພນ
ຮຸ່ງຄ່ຳອື້ອາມາດຊຸມສນາມ ໂດຍເດີມກະບິນຊົ່ວລາວປະຖົມເຖົ້າ
ຊຽງຫລວງລົ້ນລະງົມຄົນເຄົ້າຄື່ນ ທຸກທ່ວຍໃຕ້ ລຸ່ມຟ້າພັນທ້າວທອດທອງ
ລາວໃຫຍ່ຕັ້ງເດັຍຣະດາດຂອງຂາຍ ອາຮາມເຮືອງຮຸ່ງສີແສງແກ້ວ
ມີທັງສັງຄະຮູ້ແປທັມໄຂສາດ ຮຸ່ງຄ່ຳເຊົ້າຕາມໄຕ້ເຮື່ອເຮືອງ ລືນາດທ້າວ
ແດນທີບເຂົາຂາມ ພັນເມືອງມາສ່ວຍທອງທັງຄ້າຍ ຍຸກະເສີມເວ້ນອົລຫົນຫາຍໂສກ
ທໍ່ວ່າພູວະນາດໄຮ້ແນວນ້ອງບໍ່ຫລາຍ ມີທໍ່ເຍົາວະຍອດແກ້ວເປັນມິ່ງໃຈເມືອງນາງລຸນ
ມີແມ່ດຽວທຽມທ້າວ ຜາກົດແກ້ວສຸມຸນທາທົງຮູບ ໂສມຍິ່ງພ້ຽງເພີງໄວ້ແວ່ນໃຈ ຍົດ
ຍິ່ງປ້ອງປຸນສິ່ງສາມສວັນ ຊາຍຊິງຊອມເມື່ອຍຕົນຕາກະດ້າງຕະເກີງໜ້ານົງພາວຜົງ
ໃຫຍ່ງາມເລີດລ້ຳລືເທົ້າໝື່ນເມືອງ
ຮ້ອຍປະເທດທ້າວເຕົ້າສົ່ງສານໝາຍພູມີຮັກບໍ່ວາງໄປໄດ້ ບຸນກອງແກ້ວສຸມຸນທານາງນາດ
ຢຳພີ່ເຈົ້າມີລ້ຳລ່ວງຄອງ ພຣະກໍຍົກ ຍອດແກ້ວກິນເກິ່ງນະຄອນຂວາງ
ພຣະອົງແພງພຽງພຣະເນດເນົາໃນໜ້າ ປຸນສາວ ໃຊ້ຄຳອອນເອື້ອຍມຸ່ງ
ສອງພີ່ນ້ອງປະສົງຕັ້ງປິ່ນປົວ ທໍ່ວ່າປັກກະຕິນ້ອຍເຄີຍຊົມດວງ
ດອກລະອອງໂອບແອ້ມສອງຂ້າງໄຂ່ວແຖວ ເລັງຊ່ອງຊັ້ນມຸກມາດມະໂນຣົດ ປຸນ
ດາວເດັຍຣະດາດຄືຄວງຟ້າ ຜານໆພ້ຽງມຸນທຽນເທວະຣາດ ແກ້ວກໍ່ລ້ອມວັນເຂັມ
ຂ່າຍກະດິງຍຸແຈ່ມເຈົ້າປະສົງທອດທານສິນພຽນເທວະຣາດແກ້ວກໍ່ລ້ອມວັນເຂັມຂ່າຍ
ກະດິງຍຸແຈ່ມເຈົ້າປະສົງທອດທານສິນ ພຽນເພັງປຣະມີມຸ່ງເມີນໃຈແຈ້ງ ສັມມຸດຕິບັ້ນ
ນິທານທັມກ່າວແລ້ວທໍ່ນີ້ຖວາຍໄທ້ທີ່ຢຳກ່ອນແລ້ວ.

Posted in หนังสือ | 2 ຄວາມເຫັນ

ຊີວິດ ແລະເມືອງມໍລະດົກ

ມື້ນີ້ພວກມໍລະດົກມາເກັບປ້າຍຕາງໆ ຕາມທາງ ພວກປ້າຍທີ່ຍື່ນອອກມາເກີນຂອບເຂດທີ່ ທາງມໍລະດົກເຂົາກຳຫນົດໄວ້ ກໍ່ຈະຖືກຫາມຂຶ້ນລົດໄປ ໂດຍທາງເຈົ້າຫນ້າທີ່ ໆ ກ່ຽວຂ້ອງ ຈະເອົາລົດມາພ້ອມ ແລ້ວກໍ່ມີຄົນມາຖ່າຍຮູບແຊ່ະໆ ໄວ້ເປັນຫລັກຖານ

ເຂົ້າໃຈວ່າ ຊ່ວງຫລັງນີ້ຄົງຈະເລີ່ມມາຈັດສັນບ້ານເມືອງອີກຄັ້ງຫນຶ່ງ ແລະອາດຈະໄປກ່ຽວຂ້ອງກັບງານກິລາທີ່ຈະຈັດຂຶ້ນ ໃນຊ່ວງເດືອນຫນ້ານີ້ນຳ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເຂົາເຮັດແບບນີ້ມັນແປກໆ ການທີ່ເຈົ້າຫນ້າທີ່ຈາກ ມໍລະດົກ ມາບອກໃຫ້ຍ້າຍປ້າຍ ຫລືປ່ຽນປ້າຍ (ລືມເລົ່າໄປວ່າ ຢູ່ຫລວງພະບາງ ປ້າຍຮ້ານຕ້ອງມີຊື່ພາສາລາວຂຶ້ນກ່ອນ
ແລ້ວຈຶ່ງຕາມດ້ວຍພາສາອື່ນ) ແຕ່ລະຄັ້ງນັ້ນ ຈັ່ງແມ່ນວ່າ
ບໍ່ເປັນທາງການຈັກຫນ້ອຍເລີຍ ມີແຕ່ໃຫ້ຄົນມາເວົ້າໆໆໆໆ​ບາງກໍ່ມີທຳທ່າລັກສະນະຂູ່ເຂັນຊ້ຳ ແທນທີ່ຊິເຮັດຫນັງສືມາດິບດີ ຫລືອາດມີການປະຊຸມຊີ້ແຈງ ແລະວາງລະບຽບທີ່ຊັດເຈນໃຫ້ທຸກຝ່າຍເຂົ້າໃຈ ແຕ່ກໍ່ບໍ່ເຮັດ

ຫລວງພະບາງກໍ່ເປັນແຕ່ແບບນີ້ແຫລ່ະ ຈຶ່ງບອກວ່າ ໂດຍສ່ວນຕົວແລ້ວ ບໍ່ຢາກເປີດຮ້ານພວກນີ້ ເຖິງລາຍໄດ້ຈະດີ ລາຍຮັບຈະດີ ແລະບາງຄັ້ງ ລາຍເຫລືອຈະດີ ແຕ່ວ່າ… ເງິນບໍ່ແມ່ນທຸກຢ່າງຂອງຊີວິດ!!
ຫາກຊິໃຫ້ໃຊ້ຊີວິດແບບນີ້ ສູ້ໄປເປີດຮ້ານນ້ອຍໆ ເຮັດໃນສິ່ງທີ່ເຮົາຖະນັດ
ແລະຮັກດີກວ່າ ຈະໄດ້ມີເວລານັ່ງຟັງທັມມະ ມີເວລານັ່ງສະມາທິ
ແລະໄດ້ຊ່ວຍເຫລືອຜູ້ຄົນອື່ນ ຂໍພຽງແຕ່ມີຊີວິດແບບຮຽບງ່າຍ ພໍຢູ່ພໍກິນ
ດີກວ່າຈະມີເງີນຫລາຍໆ ແຕ່ວ່າຕ້ອງຄອຍຫ່ວງວ່າເງິນທີ່ເຮົາຫາມາໄດ້ນີ້ຈະເສັຍໄປ
ຫ່ວງວ່າເງິນນີ້ຈະມີອັນຕ້ອງຈິບຫາຍ ມີໂຈນມາເອົາໄປ
ມີຍາດມິດທີ່ຊັງເຮົາມາເອົາໄປ ແບບຫລັງນີ້ ບໍ່ມີດີກວ່າ 

Posted in Talk | ໃຫ້ຄວາມເຫັນ

ໂປຣເຈັກໃຫມ່

ກະວ່າຊິເຮັດເວັບໃຫມ່ ຊິເຮັດຄອນເຊັບປະມານແບບພວກ ເວັບໃຫ້ຄວາມຮູ້ກ່ຽວກັບການໃຊ້ງານຄອມພິວເຕີ ກໍ່ຈະມີຂໍ້ມູນຕັ້ງແຕ່ພວກ

  • ວິທີໃຊ້ຄອມທົ່ວໄປ
  • ວິທີໃຊ້ Windows
  • ວິທີໃຊ້ Linux
  • ໃຊ້ Mac
  • ໃຊ້ Unix
  • ການແກ້ໄຂປັນຫາຄອມພິວເຕີຕ່າງໆ

ລວມໄປເຖິງການໃຊ້ງານໂປຣແກຣມຕ່າງໆ ເຊັ່ນ​

  • Photoshop
  • Dreamweaver
  • Premiere
  • Movie Maker
  • Word
  • Excel
  • ແລະອື່ນໆ

ແລະອາດຈະມີຄໍລັມລາຍງານຂ່າວຕ່າງໆ ອີກເລັກໆ ນ້ອຍໆ ຄິດວ່າ ຫນ້າຈະ Work (ຫລືບໍ່ວະ!!? 55+) ເອົາລ່ະ ເອົາລ່ະ ທຸກໆ ທ່ານມີຄວາມຄິດເຫັນແນວໃດແດ່ ກ່ຽວກັບຄອນເຊັບຂອງເວັບໃຫມ່? ອໍ້… ແລ້ວກໍ່ ຊື່ຍັງຄິດບໍ່ອອກເທື່ອ ທຳອິດວ່າຊິໃສ່ວ່າ mocom.net (ໂມ້ຄອມ.ເນັດ) ແຕ່ວ່າ ມີຄົນໃຊ້ແລ້ວ ເລີຍບໍ່ຮູ້ຊິໃສ່ຊື່ຫຍັງ ອາດຈະໃສ່ເປັນວ່າ ViJaiFuun.com (ວິໄຈຝຸ່ນ.ຄອມ 555+)

ສະແດງຄວາມຄິດຄວາມເຫັນກັນເຂົ້າມາເດີ້~

Posted in Computers and Internet | 4 ຄວາມເຫັນ

ບ້ານນອກອາເມລິກາອາຍຸ 30!!!

ມື້ນີ້ໂທໄປຫາຫມູ່ທີ່ຮຽນຢູ່ວຽງ ຮຽນ Lao-Singapore Computer Genetic School (LSCGS) ລົມມັນ ມັນເວົ້າໃຫ້ຟັງວ່າ ໄປເຈີະກັບຄົນພາກເຊົ້າ ແລ້ວກໍ່ເປີດ au8ust.org ໃຫ້ເຂົາເບິ່ງ ບາດນີ້ມີອີຕາຫນຶ່ງ ເຫັນແລ້ວບອກວ່າ ເຄີຍເຂົ້າໄປເບິ່ງຄືກັນ ເວັບ au8ust.org ແຕ່ບໍ່ຮູ້ໃຜເປັນຄົນເຮັດ ສົງໄສຊິແມ່ນບ້ານນອກອາເມລິການ ອາຍຸຄົງຈະປະມານ 30 !!!!!

OMG!!! ຄິດໄດ້ແນວໃດວະ 5555+++ ໂອຍຕາຫລົກຫລາຍ ຕາຫລົກຫລາຍ

ຊ່ວງນີ້ສົງໄສເປັນຂາລົງ ເວັບໃດກໍ່ທຳທ່າຊິໄປບໍ່ລອດ ຫລ້າສຸດ LaoSymbian.com ເຈັ໊ງໄປແລ້ວ Forum ລົ່ມ ໄດ້ເຮັດໃຫມ່ ສົງໄສຊິໄປບໍ່ຮອດໃສແທ້ໆ ສ່ວນ LaoSabai.com ເວັບເປີດໃຫມ່ ຍັງບໍ່ທັນແລ້ວເທື່ອກໍ່ໂປຣໂມດແລ້ວ ສົງໄສຊິໄປບໍ່ລອດຮອດໃສອີກຄືກັນ…

ການເຮັດເວັບໄຊທ໌ບໍ່ແມ່ນຊິເຮັດໆ ຖິ້ມໆ ເວລາເຮັດມັນຕ້ອງໃຊ້ເວລາກັບມັນ ຕ້ອງຢູ່ກັບມັນ ໃຫ້ເປັນຄືກັບວ່າ ມັນເປັນສ່ວນຫນຶ່ງຂອງຊີວິດເຮົາ ເທຄວາມຮູ້ຄວາມສາມາດໃຫ້ກັບມັນ ໃສ່ໃຈກັບມັນ ແບບເວລາເຮົາປູກຕົ້ນໄມ້ຫັ້ນແຫລ່ະ ຕ້ອງໃສ່ອົກໃສ່ໃຈ ຖ້າເຫັນວ່ານ້ຳແຫ້ງ ມັນບໍ່ໄດ້ກິນນ້ຳ ກໍ່ຫົດນ້ຳໃຫ້ມັນ ຄ່ອຍໆ ເບິ່ງມັນເຕີບໂຕຂຶ້ນ ຕໍ່ຫນ້າໄປມັນກໍ່ຈະເປັນຮົ່ມເງົາໃຫ້ຄົນທັງຫລາຍໄດ້ພັກເຊົາ … ເຊິ່ງຕ້ອງໃຊ້ເວລາຫລາຍປີແນ່ນອນ ^_^

Blognone ເປັນບລັອກ​ IT ທີ່ມີຊື່ສຽງຂອງເມືອງໄທ ສະໄຫມເຂົາເຮັດໃຫມ່ໆ​ ເຂົາມີກັນສອງຄົນ ມີທ່ານ MK ກັບທ່ານ Lew ສອງຄົນເພິ່ນກໍ່ຊ່ວຍກັນຂຽນ ຂຽນເອງ ອ່ານເອງ ເພາະຍັງບໍ່ດັງເທື່ອ ຕອນນັ້ນມື້ຫນຶ່ງຄົນເຂົ້າຫນ້ອຍດຽວ ນັບຄົນໄດ້ເລີຍ ແຕ່… 3 ປີຜ່ານໄປ… ຕອນນີ້ ມື້ຫນຶ່ງມີຄົນເຂົ້າ 3000 ຄົນ ຕໍ່ມື້!!!! ເພາະຫຍັງ?! ເພາະວ່າເຂົາຕັ້ງໃຈເຮັດ ບໍ່ທໍ້ຕໍ່ອຸປະສັກທີ່ຂວາງທາງ ຮຽນຮູ້ທີ່ຈະສູ້ກັບອຸປະສັກ ຮຽນຮູ້ທີ່ຈະຢືນໃນໂລກ Cyber ແຫ່ງນີ້

ຫາກໃຜຊິເຮັດເວັບໄຊທ໌ ຫລືບລັອກກໍ່ດີ ຂໍແນະນຳວ່າ ໃຫ້ໃຈເຍັນໆ ຄ່ອຍໆ ເປັນ ຄ່ອຍໆ ໄປ ມື້ຫນຶ່ງກໍ່ຈະດັງເອງ ^_^

Posted in Talk | ໃຫ້ຄວາມເຫັນ

ຄວາມມະຫັດສະຈັນຂອງ Google PageRank

ເລື່ອງມັນມີຢູ່ວ່າ ບລັອກ au8ust.org ຈົດທະບຽນມາສາມເດືອນແລ້ວ ອັບເດທເກືອບຈະຕະຫລອດເລີຍ ແຕ່ປະກົດວ່າ… ຈົນບັດນີ້ PageRank ຍັງມີແຕ່ 0 ຢູ່ Y_Y

ແຕ່ອີກບລັອກຫນຶ່ງ ຕັ້ງໃຈຈະລອງ MFA ເບິ່ງ ເລີຍຈົດຫລິ້ນໆ ຫມູ່ຊ່ວຍຕັ້ງຊື່ໃຫ້ ໄດ້ຊື່ວ່າ BlogTheTech.com ອັນນີ້ ບໍ່ຄ່ອຍໄດ້ອັບເດທຂໍ້ມູນເລີຍ ຕັ້ງແຕ່ຈົດມານີ້ໄດ້ເກືອບເດືອນ ອັບເດທແຕ່ສອງເທື່ອ ແຕ່ປະກົດວ່າ…!!!! ໄດ້ PageRank 2!!!! ໂອ.. ພະເຈົ້າ… ຮູ້ສຶກວ່າ ມັນຫນ້າຈະກິນນຳຊື່ Domain ເພາະມີຄຳເດັດຢູ່ສອງຄຳ ຄື Blog ກັບ Tech ສອງຄຳນີ້ສຳຄັນຫລາຍ ເປັນຕົວຊ່ວຍເພີ່ມ PageRank ຫລືທີ່ເອີ້ນກັນຫຍໍ້ໆວ່າ PR ໄດ້ເປັນຢ່າງດີ

ເອ້ະ!? ແລ້ວ PageRank ຫລື PR ມັນເອົາໄວ້ເຮັດຫຍັງ? ຕອບວ່າມັນເປັນຕົວບົ່ງບອກເຖິງອັນດັບຂອງເວັບເຮົາ ຄະແນນເຕັມຄື 10 ຖ້າເວັບ ຫລືບລັອກຂອງເຮົາຍິ່ງມີຄ່າ PR ສູງເທົ່າໃດ ກໍ່ມີໂອກາດຈະໄປຢູ່ຫນ້າທຳອິດຂອງຜົນການຄົ້ນຫາຈາກ Google.com ໄດ້ຫລາຍເທົ່ານັ້ນ ເຊິ່ງມັນສຳຄັນຫລາຍ ເພາະຈະເປັນການຊ່ວຍໃຫ້ມີຄົນຮູ້ຈັກເຮົາຫລາຍຂຶ້ນຜ່ານການໃຊ້ພວກ Search Engine ຕ່າງໆນັ້ນເອງ

ແລ້ວເຮັດແນວໃດຊິເພີ່ມ PageRank ໄດ້ລ່ະ?? ອືມ… ຕ້ອງຕິດຕາມຕອນຕໍ່ໄປ…

Posted in Talk | 4 ຄວາມເຫັນ